Meonam's Blog (萨蓝玉)

Just a small lifestyle blog.

About

📢 ສະບາຍດີ, ແນະນຳຕົວກັນກ່ອນຈັກຫນ້ອຍ

“Bigyu” ຜູ້ທີ່ມີຊີວິດຫລົງໄຫລໃນການຫລິ້ນເກມ, ເຕັກໂນໂລຊີ ແລະ ອາຫານແຊບໆ, Blog ສ້າງຂຶ້ນມາມີເປົ້າຫມາຍແມ່ນຢາກຂຽນເລື່ອງລາວຕາມອາລົມທີ່ກຳລັງສົນໃຈ, ທັງເລື່ອງທ່ອງທ່ຽວ, ພາສາຈີນ ແລະ ເລື່ອງໄອທີ.

🏷️ ເປັນຫຍັງຈຶ່ງເປັນ meonam?

ອ່ານວ່າແມວນ້ຳ meonam ຄືບໍ່ມີຫຍັງຫລາຍຢາກໃສ່ແມວນ້ຳ, ຕອນຈອງໂດເມນຄິດຫຍັງບໍ່ອອກເລີຍເອົາຊື່ meonam ເລີຍແລ້ວກັນ 😀.

📢 ເຄື່ອງມີທີ່ໃຊ້ສ້າງເວັບໄຊທ໌ນີ້

ເວັບນີ້ສ້າງຂຶ້ນໂດຍໃຊ້ Hugo static site generator ຕົວເວັບເປັນພຽງ HTML, CSS ແລະ Javascript ຂຽນບົດຄວາມດ້ວຍ Markdown ຈາກນັ້ນຈຶ່ງ Generate ເປັນ HTML ແລ້ວຈຶ່ງຈັບໂຍນຂຶ້ນໄປໄວ້ເທິງ Hosting, ອັນທີ່ຈິງຢາກລອງຫຼີກລ່ຽງ Wordpress ແດ່ ເພາະເລື່ອງຂອງ Security ເຮົາຍັງບໍ່ທັນເຂົ້າຂັ້ນ, ເຄື່ອງມືມັນຫຼາຍເກີນທີ່ເຮົາຕ້ອງການທີ່ຈະຢາກສ້າງພຽງ Blog ງ່ອຍໆທຳມະດາ ສຳຄັນເລີຍແມ່ນຫາ hosting ຟຣີບໍ່ໄດ້ ຮະຮະຮະ! ເລີຍເປັນເຫດຜົນໃຫ້ໃຊ້ Hugo ແລະ ຝາກໄວ້ທີ່ Firebase ຂອງ google ເພາະມັນໃຫ້ໃຊ້ ຟຣີ…

ຊ່ອງທາງການຕິດຕໍ່ໄດ້ລຸ່ມນີ້ເລີຍ:

ຂອບໃຈຫລາຍທີ່ຕິດຕາມ 😘❤️😘